ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮາ​ມາດ​​ ຄັດຄ້ານ​ຂ່າວ​ການ​ຖອນ​ຕົວ​ ອອກ​ຈາກ​ການ​ເຈລະຈາ​ຂໍ້​ຕົກລົງ​ຢຸດ​ຍິງ

     ສຳນັກ​ຂ່າວສານ​ຫວຽດນາມ ລາຍ​ງານ​ໃນ​ວັນ​ທີ 15 ກໍລະກົດ 2024 ນີ້​ວ່າ: ຂະ​ບວນ​ການ​ອິດ​ສະ​ລາມ ຮາ​ມາດ​​ ປະຕິເສດ​ບັນດາ​ຂໍ້​ມູນ
​ທີ່​ໄດ້​ມີ​ຂຶ້ນ​ກ່ອນ​ໜ້າ​ນັ້ນ ກ່ຽວ​ກັບ​ເລື່ອງ​ຂະ​ບວນ​ການ​ດັ່ງກ່າວ “ການຢຸດຕິ” ບັນດາ​ການ​ເຈລະຈາ​ຢຸດ​ຍິງ​ກັບ ອິດ​ສະ​ຣາ​ແອນ ພາຍຫຼັງ​ເຫດ​ບຸກ
​ໂຈມ​ຕີ​ຂະໜາດ​ໃຫຍ່​ຂອງ​ກອງ​ອິດ​ສະ​ຣາ​ແອນ ໃສ່​ນະຄອນ ຄານ ຢູ​ນິສ໌ ທາງ​ທິດໃຕ້​ຂອງ​ເຂດ ກາ​ຊາ. 

     ທ່ານ ໄອ​ຊັດ ອາ ຊິດ ສະມາຊິກ​ການເມືອງ​ຂອງ​ກຸ່ມ ຮາ​ມາດ ໄດ້​ອອກ​ແຈ້ງ​ການ​ຊີ້​ແຈ້ງ​ຂໍ້​ມູນ​ທັງ​ໝົດ​ທີ່​ໄດ້​ມີ​ຂຶ້ນ​ກ່ອນ​ໜ້າ​ນັ້ນ ກ່ຽວ​ກັບ
​ເລື່ອງຂະ​ບວນ​ການ​ຂອງ​ຕົນຕັດສິນ​ໃຈ​ຢຸດຕິ​ການ​ເຈລະຈາ ເພື່ອ​ໂຕ້​ຕອບ​ການ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອນ ໃສ່​ຄ້າຍ​ລີ້​ໄພ​ອານ-ມາວ​​ຊີ ແມ່ນ
​ບໍ່​ມີ​ມູນ​ຄວາມ​ຈິງ. ທ່ານ ກ່າວ​ຕື່ມ​ອີ​ກວ່າ, ຝ່າຍ ອິດ​ສະ​ຣາ​ແອນ ພວມ​ພະຍາຍາມ​ກີດຂວາງ​ເລື່ອງ​ການ​ບັນລຸ​ຂໍ້​ຕົກລົງ​ຢຸດ​ຍິງ ເພື່ອ​ເພີ່ມ​ທະວີ​
ການ​ບຸກ​ໂຈມ​ຕີ​ຢູ່​ເຂດ ກາ​ຊາ.

     ຕາມ​ຕົວ​ເລກ​ຂອງ​ອົງການ​ສາທາລະນະ​ສຸກ ກາ​ຊາ ໃຫ້​ຮູ້​ວ່າ, ມີ​ຊາວ​ປາ​ແລັດ​ສະ​ຕິນ ເສຍ​ຊີວິດ 90 ຄົນ ແລະ ໄດ້​ຮັບ​ບາດເຈັບ​ອີກ​ປະ
ມານ 300 ຄົນ ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ຄື​ດັ່ງກ່າວ​ຂອງ ອິດ​ສະ​ຣາ​ແອນ. ສ່ວນ​ຝ່າຍ ອິດ​ສະ​ຣາ​ແອນ ໃຫ້​ຮູ້​ວ່າ, ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ແມ່ນ
ສູນ​ບັນຊາ​ການ​ທະຫານ​ຂອງ​ກຸ່ມ ຮາ​ມາດ​​.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 17/07/2024